ການຕິດຕັ້ງໂປຣແກຣມໝາປ່າໄຟ 4 (Firefox 4)



ໝາ​ປ່າ​ໄຟ ​ເປັນ​ໂປຣ​ແກຣມ​ເບິ່ງ​ເວັບ​ໄຊ​ທ໌ ທີ່​ມີ​ຜູ້​ໃຊ້​ທົ່ວ​ໂລກ ດາວ​ໂຫຼ​ດ​ໄປ​ໃຊ້​ຫຼາຍ​ທີ່​ສຸດ (ຕາມ​ຜູ້​ຂຽນ​ຮູ້) ເພາະວ່າ​ຄວາມ​ໄວ​ໃນ​ການ​ເຂົ້າ​ຊົມ​ເວັບ​ຕ່າງໆ ສູງ​ກວ່າ​ໂຕ​ອື່ນ ມື້​ນີ້ ​ ກໍ​ເລີຍຈະ​ມາ​ສາ​ທິດ​ວິທີ​ການ​ຕິດ​ຕັ້ງ​ໂປຣ​ແກຣມໝາ​ປ່າ​​ໄຟ​ ລຸ້ນທີ 4 (Firefox 4) ລຸ້ນປັດຈຸບັນ​ນີ້​ແຫລະ ​ໃຫ້​ບັນ​ດາ​ທ່ານ​ໄດ້​ລອງ​ຕິດ​ຕັ້ງ​ເບິ່ງ.


1.   ​ເຂົ້າ​ໄປ​ໂຫຼ​ດທີ່​ເວັບ​ນີ້​ໄດ້​ເລີຍ http://www.mozilla.com/en-US/firefox/fx/ ຫຼື ກົດ​ບ່ອນ​ນີ້.
2.   ​​ວິທີ​ການ​ດາວ​ໂຫຼ​ດຢູ່​ເວັບ Duckload.com ສາມາດ​ເບິ່ງ​ໄດ້ ທີ່​ນີ້.
3.   ​ຢູ່​ໃນ​ຕົວຢ່າງ​ນີ້​ ຂ້າພະ​ເຈົ້າ​ດາວ​ໂຫຼ​ດມາ​ໄວ້ Desktop, Double Clickໃສ່​ຟາຍ​ລ໌ Firefox Setup 4.0.1 ໄດ້ເລີຍ ຈະມີໜ້າໂປຣແກຣມຂຶ້ນມາ ໃຫ້ກົດໄປທີ່ປຸ່ມ Next.

4.   ​ເລືອກ Standard ​ແລ້ວ​ກົດ Next.
5.   ກົດ​ປຸ່ມFinish ​​ໂປຣ​ແກຣມ Firefox ກໍ່​ຈະ​ເປີດ​ຂຶ້ນ​ມາ​ໃຫ້​ທ່ານ​ໄດ້​ໃຊ້​ທັນທີ.

0 ຄຳຄິດເຫັນ :

Post a Comment