ວິທີການຕິດຕັ້ງໂປຣແກຣມຂຽນພາສາລາວ Lao Script for Windows

 ສະ­ບາຍ­ດີ ເພື່ອ​ຜູ້​ອ່ານ​ໝົດ​ທຸກ​ຄົນ ມື້­ນີ້​ເປັນ​ການ​ເປີດ​ຕົວ​ຄໍ​ລຳ​ໃໝ່ ຊື່ ໄອ​ທີນ (IT) ຢາກ​ບອກ ເພື່ອ ​ເປັນ​ການ​ແລກ­ປ່ຽນ​ຄວາມ​ຄິດ​ເຫັນ​ກັບ​ເພື່ອນ​ຜູ້​ອ່ານ ເວ­ລາ​ມີ​ບັນ​ໃນ​ການ​ນຳ​ໃຊ້​ໂປຣ​ແກຣມ​ຄອມ​ພິວ​ເຕີ ຫຼື​ບັນ­ຫາ​ທີ່​ກ່ຽວ​ພັນ​ກັບ​ດ້ານ​ໄອ​ທີ.

 
ບໍ່​ເວົ້າ​ຍາວ​ນໍ ເຂົ້າ​ເລື່ອງ​ກັນ​ເລີຍ ມື້­ນີ້ ຄໍ​ລຳ​ຂອງ​ພວກ​ເຮົາ ຂໍ​ສະ­ເໜີ​ວິ­ທີ​ການ​ຕິດ​ຕັ້ງ​ໂປຣ​ແກຣມ​ພາ­ສາ​ລາວ ເພື່ອ​ໃຊ້​ໃນ​ການ​ຂຽນ​ພາ­ສາ​ລາວ​ໃນ​ວິນ​ໂດສ໌ ເຊິ່ງ​ຈະ​ຄອບ​ຄຸມ​ຕັ້ງ­ແຕ່​ວິນ​ໂດສ໌​ເອັກສ໌​ພີ (XP) ຂື້ນ​ໄປ ຈົນ​ເຖິງ ວິນ​ໂດສ໌ 7 ໃນ​ຕົວ­ຢ່າງ​ບົດ​ນີ້ ພວກ​ເຮົາ​ໃຊ້​ລະ­ບົບ ວິນ​ໂດສ໌​ເຈັດ (Windows 7)  ສະ­ນັ້ນ ອາດ​ແຕກ​ຕ່າງ​ກັບ​ວິນ​ໂດສ໌ XPໜ້ອຍ​ໜຶ່ງ ມາ​ເລີ່ມ​ຕິດ​ຕັ້ງ​ກັນ​ເລີຍ.
1.  ກ່ອນ​ອື່ນ​ເຂົ້າ​ໄປ​ດາວ​ໂຫຼດ​ໂປຣ​ແກຣມ​ມາ​ສາ­ກ່ອນ ຕາມ​ຮູບ​ດ້ານ​ລຸ່ມ​ເລີຍ​ນໍ.
-    ເປີດ​ໂປຣ​ແກຣມ​ເຂົ້າ​ເວັບ​ໄຊທ໌ ໃນ​ທີ່​ນີ້​ເຮົາ​ໃຊ້​ໂປຣ​ແກຣມ​ໝາ​ປ່າ​ໄຟ (Firefox) (ຮູບ​ທີ 1).
-    ພິມ​ສື່​ເວັບ​ໄຊທ໌ http://vientianemai.net ​​ແລ​ະ ກົດ​ປຸ່ມ Enter ຢູ່ Keyboard​ເພື່ອ​ເຂົ້າ​ເວັບ​ໄຊ​ທ໌.
-    ​ເລື່ອນ​ໜ້າ​ເວັບ​ລົງ​ມາ ທາງ​ດ້ານ​ຂວາ​ມືຈະ​ເຫັນປ້າຍ​ສີ​ແດງທີ່​ຂຽນ​ວ່າ ຕິດ​ຕັ້ງ​ພາສາ​ລາວ ​ເພື່ອ​ອ່ານ ​ແລະ​ຂຽນ​ຄຳ​ເຫັນ​ເປັນພາ​ສາລາ​ວ ​ໃຫ້​ກົດ​ທີ່​ນັ້ນ​ໄດ້​ເລີຍ (ຮູບ​ທີ 2).
-    ​ໂປຣ​ແກຣມຈະ​ທຳ​ການ​ເປີດ​ໜ້າ​ເວັບ​ໄຊ​ທ໌ຂຶ້ນ​ມາ​ໃໝ່ ທາງ​ດ້ານ​ຂວາ​ມື ຈະ​ເຫັນ​ຄຳ​ວ່າ Free Download - Waitingtime (30) ມັນຈະເປັນການນັບເວລາຖອຍຫຼັງ 30 ວິນາທີ ໃຫ້ລໍຖ້າຈົນຈະເຫັນຄຳວ່າ Free Download - Waitingtime ທີ່​ບໍ່​ມີ​ຕົວ​ເລກ​ນັບ​ຖອຍຫຼັງ ​ແລ້ວ​ກົດ​​ໃສ່​ປຸ່ມ​ນັ້ນ​ທັນທີ (ຮູບ​ທີ 3).
-    ​ເວັບ​ໄຊ​ທ໌ຈະ​ເປີດ​ໜ້າ​ໃໝ່​ຂື້ນ​ມາ ​ຈະ​ເຫັນ​ຄຳ​ວ່າ Please wait 30 seconds to download this fileຈະ​ຕ້ອງ​ລໍຖ້າ​ໃຫ້ການ​ນັບ​ຖອຍຫຼັງ​ອີກ 30 ວິນາທີ ​ແລ້ວ​ຈະ​ປະກົດ​ໃຫ້​ເຫັນ​ຄຳ​ວ່າ You can start the FREE Download now ​ໃຫ້​ກົດ​ທີ່​ປຸ່ມ​ນັ້ນທັນທີ ​ເພື່ອ​ທຳ​ການ​ດາວ​ໂຫຼ​ດມາ​ເກັບ​ໄວ້​ໃນ​ເຄື່ອງ​ຂອງ​ເຮົາ (ຮູບ​ທີ​ 4).
-    ຈະມີໜ້າຕ່າງຂື້ນມາຖາມວ່າ ​ເຈົ້າ​ຕ້ອງການ​ທີ່​ຈະ​ບັນທຶກ​ຟາຍ​ລ໌ນີ້​ ? (Would you like to save this file ?) ໃຫ້ທ່ານກົດທີ່ປຸ່ມ Save file(ຮູບທີ 5).
-    ​ໂປຣ​ແກຣມຈະ​ດາວ​ໂຫຼ​ດມາ​ເກັບ​ໄວ້​ໃນ​ເຄື່ອງ​ຂອງ​ພວກ​ເຮົາ ລໍຖ້າຈົນໃຫ້ຄົບ 100% ​ເຊິ່ງ​ໂປຣ​ແກຣມໝາ​ປ່າ​ໄຟ​ນີ້ ຈະ​ເກັບ​ໄວ້​ຢູ່ກ່ອງ My Documents ​ແລະ​ເຂົ້າ​ໄປ​ທີ່ກ່ອງ Downloads ໃນ​ວິນ​ໂດ​ສ໌ XP​ແຕ່​ໃນ​ຕົວຢ່າງ​ການ​ຕິດ​ຕັ້ງ​ໃນ​ບົດນີ້ ພວກ​​ເຮົາ​ໃຊ້​ວິນ​ໂດ​ສ໌​ເຈັດ (Windows 7) ມັນກໍເລີຍໄປຢູ່ທີ່ C:\Users\iTeen\Downloads ຄືຢູ່ໃນຮູບທີ ... ຈະເຫັນມີຟາຍລ໌ທີ່ເຮົາດາວໂຫຼດມາ ຊື່ວ່າ LSWin7.msi(ຮູບທີ 6).
2.  ​ການຕິດ​ຕັ້ງ​​ໂປຣ​ແກຣມ.
-    ການ​ຕິດ​ຕັ້ງ​ແມ່ນ​ໃຫ້​ເປີດ​ຟາຍລ໌ LSWin7.msi ຂື້ນ​ມາ ​ໂດຍ​ການກົດ​​ເມົ້າ​ສອງ​ຄັ້ງ​ (Double Click) ໃສ່​ຊື່​ຟາຍ​ລ໌ນັ້ນ ​ແລ້ວ​ຈະ​ມີໜ້າ​​ໂປຣ​ແກຣມ​ເປີດ​ຂື້ນ​ມາ ໂປຣ​ແກຣມຈະຖາມ​ວ່າ ​ເຈົ້າ​ຕ້ອງການ​ຈະ​ແລ່ນ​ຟາຍ​ລ໌ນີ້​ ? ໃຫ້ກົດທີ່ປຸ່ມ Run ໄດ້ເລີຍ ​ແລ້ວ​ຈະ​ມີໜ້າ​ຕ່າງ​ໃໝ່​ຂື້ນ​ມາ (ຮູບ​ທີ 7).
-    ໃຫ້​ກົດ​ທີ່​ປຸ່ມ Next​ເພື່ອ​ຕິດ​ຕັ້ງ (ຮູບທີ 8).
-    ແລ້ວ​​ໃຊ້​ເມົ້າ​ກົດ​​ໃສ່​ຮູ​ສີ່​ລ່ຽ​ມນ້ອຍໆ ທີ່​ມີ​ຄຳ​ວ່າ I accept the terms in the License Agreement​ເພື່ອ​ຕິກ​ຍອມຮັບ​ຂໍ້​ຕົກ​ລົງ​ຂອງ​ໂປຣ​ແກ​ຣມ ​ແລະກົດ​ປຸ່ມ Next ຕາມ​ຮູບ​ທີ 9.
-    ແລ້ວ​ຈະ​ມີ 3 ຕົວ​ເລືອກ​ ​ໃຫ້​ກົດ​ເລືອກ​ທີ່​ປຸ່ມ Typical ຕາມ​ຮູບ​ທີ 10 ​ໄດ້​ເລີຍ.
-    ແລ້ວ​ກົດ​ປຸ່ມ Install​ເປັນອັນ​ສຳ​ເລັດ​ການ​ຕິດ​ຕັ້ງ (ຮູບທີ 11 ແລະ 12).
3.  ການ​ນຳ​ໃຊ້​ເບື້ອງ​ຕົ້ນ.
-    ​ການ​​ເປີດ​ໂປຣ​ແກຣມ ​ໃຫ້ເຂົ້າ​ໄປ​ທີ່ Start Menu ຕາມ​ຮູບ​ໄດ້​​ເລີຍ (ຮູບ​ທີ​ 13).
-    ເລື່ອນລົງມາ ຈະເຫັນຄຳວ່າ Lao Script for Windows 7.0 ​​ໃຫ້​ກົດ​ເມົ້າ​ໃສ່.
-    ​ແລ້ວກົດ​​ໃສ່ Lao Keyboard Mapping​ເພື່ອ​ເປີດ​​ໂປຣ​ແກຣມ.
-    ສາມາດ​ກວດ​ສອບ​ໄດ້ ວ່າ​ໂປຣ​ແກຣມ Lao Script ​ເປີດຢູ່ ຫຼືບໍ່ ດັ່ງຮູບທີ 14.
-    ການປັບປຸງໂປຣແກຣມ ເພື່ອໃຫ້ສາມາດພິມພາສາລາວໄດ້ໃນເວັບໄຊທ໌ ດັ່ງຮູບທີ 15 ລຸ່ມນີ້:
ຂັ້ນ​ຕອນ​ຕ່າງໆ​ເປັນອັນ​ສຳ​ເລັດ​ນໍ ຖ້າ​ຫາກ​ທ່ານ​ໃດ ອ່ານ​​ແລ້ວບໍ່​ເຂົ້າ​ໃຈ ສາມາດ​ສົ່ງ​ອີ​ເມ​ວ​ເຂົ້າ​ມາ​ຖາມ​ທາງ​ພວກ​ເຮົາ​ໄດ້​ນໍ ​ເພາະວ່າ​ຂັ້ນ​ຕອນ​ຂ້ອນ​ຂ້າງ​ຍາວ ​ແລະ​ທາງ​ຜູ້​ຂຽນ​ກໍ​ມື​ໃໝ່​ແດ່ ອາດ​ອະທິບາຍ​ສັບສົນ​ໄປ​ໜ້ອຍ​ໜຶ່ງ​ ກໍ​ຂໍອະ​ໄພ​ມານະ​ທີ່​ນີ້​ດ້ວຍ.

0 ຄຳຄິດເຫັນ :

Post a Comment