RubberDucky ເປັດນ້ອຍ ຊ່ອຍກວດກາສະພາບ ຄອມ

ແຮ໋ງ (Hang) ສຳ­ລັບ​ຄົນ ມີ​ຄວາມ​ໝາ­ຍວ່າ ອາ­ການ​ເມົາ​ຄ້າງ ຫຼັງ​ຈາກ​ການ​ດື່ມ​ສິ່ງ​ມຶນ­ເມົາ​ໃນ​ຄືນ​ກ່ອນ​ໜ້າ​ນີ້ ແຕ່​ສຳ­ລັບ​ຄອມ​ພິວ​ເຕີ ແຮ໋ງ ແມ່ນ​ອາ­ການ​ຂອງ​ຄອມ ຊຶ່ງ​ຖ້າ​ອາ­ການ​ບໍ່​ໜັກ ກໍ​ພຽງ​ແຕ່​ເຮັດ​ໃຫ້​ເຄື່ອງ​ຊ້າ ແຕ່​ຖ້າ​ອາ­ການ​ໜັກ ກໍ​ອາດ​ຈະ​ຄ້າງ (ບໍ່​ສາ­ມາດ​ແລ່ນ​ໄດ້​ເລີຍ) ຈົນ​ກວ່າ​ເຮົາ​ຈະ​ມອດ ແລ້ວ​ເປີດ​ເຄື່ອງ​ໃໝ່.
ມື້­ນີ້ ເຮົາ​ບໍ່​ໄດ້​ມາ​ເວົ້າ​ເຖິງ​ການ​ແກ້​ອາ­ການ​ຄອມ​ແຮ໋ງ ແຕ່​ຈະ​ມາ​ບອກ​ເຖິງ​ການ​ປ້ອງ​ກັນ ໂດຍ​ການ​ສັງ­ເກດ​ວ່າ ຕ້ອນ​ນີ້ ອຸ­ປະ­ກອນ​ຕ່າງໆ​ມັນ​ເຮັດ​ວຽກ​ສະ­ບາຍ­ດີ​ຢູ່​ບໍ? ຫຼື​ອາດ​ເຮັດ​ວຽກ​ໜັກ​ເກີນ​ໄປ ຖ້າ​ຫາ​ກວ່າ​ເຮົາ​ຕ້ອງ​ກົດ Ctrl + Alt + Del ເພື່ອ​ກວດ­ກາ Task manager ກໍ​ຄົງ​ຈະ​ເສຍ​ເວ­ລາ ແລະ ເປັນ­ຕາ​ລຳ​ຄານ...
ດັ່ງ­ນັ້ນ ຈຶ່ງ​ໄດ້​ນຳ​ເອົາ freeware ດີໆ​ມາ​ໃຫ້​ທ່ານ​ຜູ້​ອ່ານ​ໄດ້​ທົດ​ລອງ​ໃຊ້ ຊື່­ວ່າ RubberDucky (ດາວ​ໂຫຼດ RubberDucky ໄດ້​ເລີຍ).
ຫຼັງ​ຈາກ​ດາວ​ໂຫຼດ ແລະ ຕິດ​ຕັ້ງ ສຳ­ເລັດ ເຮົາ​ຈະ​ເຫັນ​ເປັດ​ນ້ອຍ ສະ­ແດງ​ຢູ່​ມູມ​ຂວາ​ດ້ານ​ລຸ່ມ​ຂອງ​ໜ້າ​ຈໍ ຊຶ່ງ​ພາບ​ທີ່​ເຫັນ​ນີ້ ຈະ​ບົ່ງ​ບອກ​ເຖິງ​ອາ­ການ​ຂອງ​ຄອມ​ພິວ​ເຕີ.

ເຮົາ​ມາ​ຮູ້​ຄວາມ​ໝາຍ​ຂອງ​ແຕ່​ລະ​ຢ່າງ​ມີ​ດັ່ງ­ນີ້:
ລະ­ດັບ​ນ້ຳ ແມ່ນ​ ຈຳ­ນວນ​ທີ່​ໜ່ວຍ​ຄວາມ​ຈຳ​ເຮັດ​ວຽກ​ໄປ​ແລ້ວ ຖ້າ​ລະ­ດັບ​ນ້ຳ​ເພີ່ມ​ສູງ ແຣມ​ກໍ​ຈະ​ເຮັດ​ວຽກ​ໜັກ ນັ້ນ​ໝາຍ​ຄວາມ​ວ່າ ຖ້າ​ລະ­ດັບ​ນ້ຳ​ສູງ​ຈົນ​ດັນ​ເປັດ​ນ້ອຍ​ເຖິງ​ເພ​ດາ(ຫຼື ປີ້ນ​ຫົວ​ລົງ​ລຸ່ມ) ໂອ­ກາດ​ຄອມ​ຈະ​ແຮ໋ງ​ມີ​ສູງ.
ສີ​ຂອງ​ນ້ຳ ຖ້າ​ເປັນ​ ນ້ຳ​ສີ­ຟ້າ​ສົດ­ໃສ ສະ­ແດງ​ວ່າ Virtual memory ແມ່ນ​ເຮັດ​ວຽກ​ປົກ­ກະ­ຕິ ຖ້າ​ນ້ຳ​ຂຸ່ນ​ເປັນ​ສີ​ເທົາ ສະ­ແດງ​ວ່າ Virtual memory ຕ້ອງ​ເອົາ​ໂປຣມ​ແກຣມ​ທີ່​ບໍ່​ສຳ­ຄັນ​ໃນ Task Manager ອອກ​ດ່ວນ.
ສາ​ລ່າຍ ແມ່ນ​ສະ­ຖາ­ ນະ​ການ​ຂອງ​ຮາດ​ດິ​ສ ຖ້າ​ສາ​ລ່າຍ​ບໍ່​ເໜັງ​ຕີງ ສະ­ແດງ​ວ່າ ຍັງ​ບໍ່​ມີ​ການ​ຂຽນ​ຂໍ້​ມູນ ຖ້າ​ສາ​ລ່າຍ​ເໜັງ​ຕີງ ສະ­ແດງ​ວ່າ ກຳ­ລັງ​ຂຽນ​ຂໍ້​ມູນ​ຢູ່ (ເຮັດ​ວຽກ).
ປາ ແມ່ນ​ການ​ເຂົ້າ​ອິນ​ເຕີ​ເນັດ ຖ້າ­ວ່າ ປາ​ລອຍ​ຜ່ານ​ມາ​ຫຼາຍ ກໍ​ໝາຍ​ເຖິງ​ການ​ສົ່ງ​ຂໍ້​ມູນ​ຜ່ານ​ອິນ​ເຕີ​ເນັດ​ນັ້ນ​ຫຼາຍ​ສົມ­ຄວນ.
ຟອງ​ອາ­ກາດ​ໃນ​ນ້ຳ ແມ່ນ ​ການ​ເຮັດ​ວຽກ​ຂອງ CPU ຖ້າ­ວ່າ​ຟອງ­ນ້ຳ​ໜ້ອຍ CPU ເຮັດ​ວຽກ​ປົກ­ກະ­ຕິ ຖ້າ­ວ່າ​ຟອງ­ນ້ຳ​ຫຼາຍ CPU ກຳ­ລັງ​ເຮັດ​ວຽກ​ໜັກ ໃຫ້​ເຮົາ​ອອກ​ຈາກ​ໂປຣ​ແກຣມ​ໃດ​ໜຶ່ງ ກໍ​ຈະ​ຊ່ອຍ​ແກ້​ອາ­ການ​ໄດ້.

0 ຄຳຄິດເຫັນ :

Post a Comment