Explorer ຮູບຮ່າງໃໝ່ໃນ Windows 8

ໃນ​ໄລ­ຍະ​ຫຼັງ​ມາ​ນີ້ Microsoft ເດີນ​ໜ້າ​ປ່ອຍ​ຂ່າວ​ກ່ຽວ​ກັບ​ລາຍ​ລະ­ອຽດ​ຂອງ​ຜະ­ລິດ​ຕະ​ພັນ​ໃໝ່ໆ​ອອກ​ມາ ເປັນ​ໄລ­ຍະໆ ໂດຍ​ສະ­ເພາະ​ຂໍ້​ມູນ​ກ່ຽວ​ກັບ​ລະ­ບົບ​ປະ­ຕິ­ບັດ​ການ Windows 8 ຫຼ້າ​ສຸດ ມີ​ລາຍ​ງານ​ວ່າ MS ອັບ​ເກຣດ​ລະ­ບົບ​ຈັດ­ການ​ຟາຍລ໌​ຂອງ Windows 8 Explorer ດ້ວຍ​ການ​ເພີ່ມ​ໜ້າ​ຕາ​ແບບ Ribbon (ຮູບ​ແບບ​ເມ​ນູ​ທີ່​ເຫັນ​ໃນ​ໂປຣ​ແກຣມ Office) ເພື່ອ​ເພີ່ມ​ປະ­ສິດ­ທິ­ພາບ​ການ​ເຮັດ​ວຽກ​ໃຫ້​ກັບ​ຜູ້​ໃຊ້​.

ມື້​ຄືນ​ນີ້ ອາ​ເລັກ ໄຊ​ມ໋ອນ ຜູ້­ອຳ­ນວຍ­ການ​ຝ່າຍ​ຈັດ­ການ​ໂປຣ​ແກຣມ​ຂອງ​ໄມ​ໂຄຣ​ຊອບຟ໌ ໄດ້​ໂພດສ໌ບ​ຣ໋ອກ​ໃຫ້​ລາຍ​ລະ­ອຽດ​ກ່ຽວ​ກັບ​ອິນ​ເຕີ​ເຟດສ໌ໃນ​ອະ­ນາ­ຄົດ​ຂອງ Explorer ທີ່​ຈະ​ໃຊ້​ໃນ Windows 8 ໂດຍ​ໃຊ້​ບົດ­ຮຽນ​ທີ່​ໄດ້​ຈາກ​ໂອ​ເອດສ໌​ເວີ​ຊັນ​ກ່ອນ​ໜ້າ​ນີ້ ປະ­ເດັນ​ທີ່​ໜ້າ​ປະ­ຫຼາດ​ໃຈ​ກໍ​ຄື ບົດ​ສະ­ຫຼຸບ​ຂອງ​ລາຍ​ງານ​ທີ່​ໄດ້​ຈາກ​ການ​ສຶກ​ສາ​ຜູ້​ໃຊ້​ຫຼາຍ​ຮ້ອຍ​ລ້ານ​ ຄົນ​ທົ່ວ​ໂລກ ປະ­ກົດ​ວ່າ ເຖິງ Explorer ຈະ​ມີ​ຄຳ​ສັ່ງ​ການ​ເຮັດ​ວຽກ​ຫຼາຍ​ກວ່າ 200 ຄຳ​ສັ່ງ ກໍ​ມີ​ພຽງ​ແຕ່ 10 ຄຳ​ສັ່ງ​ທີ່​ຖືກ​ນຳ​ໃຊ້​ຫຼາຍ​ທີ່​ສຸດ ໂດຍ​ຄິດ​ເປັນ 81,8% ຂອງ​ການ​ໃຊ້​ວຽກ​ທັງ​ໝົດ ເຊັ່ນ: copy, paste, properties ແລະ delete ເປັນ­ຕົ້ນ ສ່ວນ​ຄຳ​ສັ່ງ​ອື່ນໆ ກໍ​ບໍ່​ຄ່ອນ​ໄດ້​ໃຊ້.
ນອກ­ຈາກ​ນີ້ Microsoft ຍັງ​ພົບ​ອີ​ກວ່າ Context Menu ທີ່​ຖືກ​ໃຊ້​ວຽກ​ຄຳ​ສັ່ງ​ຕ່າງໆ​ໄດ້​ດ້ວຍ​ການ​ກົດ​ເມົ້າສ໌ຂ​ວາ ເປັນ​ທີ່​ນິ­ຍົມ​ໃຊ້​ຫຼາຍ​ເຖິງ 54,5% ໃນ​ຂະ­ນະ​ທີ່​ປຸ່ມ​ລັດ (Keyboard Shortcut) ຈະ​ນຳ​ມາ​ເປັນ​ອັນ​ດັບ​ສອງ​ຄື 32,2% ສ່ວນ Command Bar ທີ່­ຢູ່​ທາງ​ເທິງ​ຂອງ Explorer ໃນ Vista ແລະ Windows 7 ຈະ​ມີ​ພຽງ​ແຕ່ 2 ຄຳ​ສັ່ງ (ຈາກ 10 ຄຳ​ສັ່ງ) ທີ່​ຖືກ​ໃຊ້​ຫຼາຍ​ທີ່​ສຸດ ແລະ ຖືກ​ໃຊ້​ວຽກ​ພຽງ 10,9% ຂອງ​ການ​ໃຊ້​ລະ­ບົບ​ຈັດ­ການ​ຟາຍລ໌ ດັ່ງ­ນັ້ນ ມັນ​ຈຶ່ງ​ມີ​ໂອ­ກາດ​ທີ່​ຈະ​ພັດ­ທະ­ນາ​ອີກ​ຫຼາຍ ສຳ­ລັບ​ສິ່ງ​ທີ່​ຈະ​ເກີດ​ຂຶ້ນ​ໃນ Windows 8.
ຈາກ​ລາຍ​ງານ​ດັ່ງ­ກ່າວ ອິນ​ເຕີ​ເຟດສ໌ Ribbon ທີ່​ໄດ້​ຮັບ​ການ​ແນະ­ນຳ​ຄັ້ງ​ທຳ​ອິດ​ໃນ​ໂປຣ​ແກຣມ Microsoft Office ຖືກ​ເລືອກ​ໃຫ້​ນຳ​ມາ​ໃຊ້​ກັບ Explorer ຂອງ Windows 8 ເພື່ອ​ປ່ຽນ­ແປງ​ການ​ນຳ​ສະ­ເໜີ​ອິນ​ເຕິ​ເຟດສ໌ທີ່​ມີ​ປະ­ສິດ­ທິ­ພາບ​ຂອງ Explorer ໃນ​ເວີ​ຊັນ​ປັດ­ຈຸ­ບັນ (Vista, Windows 7) ທັງ​ນີ້ Microsoft ຫວັງ​ວ່າ ເມ​ນູ Ribbon ຈະ​ປ່ຽນ­ແປງ​ລະ­ບົບ​ການ​ຈັດ­ການ​ຟາຍລ໌ ໃຫ້​ມີ​ປະ­ສິດ­ທິ­ພາບ​ຫຼາຍ​ຂຶ້ນ​ໄດ້ ດ້ວຍ​ການ​ດຶງ​ຄຳ​ສັ່ງ​ທີ່​ໃຊ້​ຫຼາຍ​ທີ່​ສຸດ ໃຫ້​ປະ­ກົດ​ຢູ່​ໃນ UI ດ້ວຍ​ລັກ­ສະ­ນະ​ທີ່​ຊັດ​ເຈນ ໃຊ້​ງ່າຍ ດັ່ງ​ທີ່​ປະ­ສົບ​ຄວາມ​ສຳ­ເລັດ​ມາ​ແລ້ວ ຈາກ​ການ​ໃຊ້​ວຽກ​ກັບ MS Office ທັງ​ນີ້​ຈະ​ເລືອກ​ຄຳ​ສັ່ງ​ທີ່​ໄດ້​ຮັບ​ຄວາມ​ນິ­ຍົມ ເຊັ່ນ File, Home, Share, View ແລະ Manage ເພື່ອ​ເຊື່ອມ​ໄປ​ຫາ​ກຸ່ມ​ຄຳ​ສັ່ງ​ອື່ນໆ​ທີ່​ກ່ຽວ­ຂ້ອງ​ກັບ 5 ຄຳ​ສັ່ງ​ນີ້ (ຄື​ດັ່ງ​ຮູບ​ທາງ​ເທິງ) ຢູ​ເຊີ​ອິນ​ເຕິ​ເຟດສ໌​ໃໝ່​ຂອງ Explorer ຍັງ​ມີ​ການ­ສະ­ແດງ​ພຣີ​ວິວ​ຟາຍລ໌​ຕ່າງໆ ໃຫ້​ເຫັນ​ສິ່ງ​ທີ່​ມີ​ຢູ່​ໃນ​ຟາຍລ໌​ໄດ້​ທັນ­ທີ (Live Preview) ທິບ​ການ​ໃຊ້​ເຄື່ອງ­ມື ແລະ ຄີ​ລັດ ສຳ­ລັບ​ທຸກ​ຄຳ​ສັ່ງ​ໃນ Ribbon ເພື່ອ​ຜູ້​ໃຊ້​ທີ່​ເປັນ​ພາວ​ເວີ​ຢູ​ເຊີ.
ໃນ​ສ່ວນ​ຂອງ​ລາຍ​ລະ­ອຽດ​ບາງ​ຢ່າງ​ທີ່​ເພີ່ມ​ຂຶ້ນ​ມາ​ເລັກ​ໜ້ອຍ ແຕ່​ໜ້າ​ຈະ​ເປັນ​ປະ­ໂຫຍດ​ສຳ­ລັບ​ຜູ້​ໃຊ້ Windows Explorer ນັ້ນ​ກໍ​ຄື ການ​ເພີ່ມ​ປຸ່ມ Up ທີ່​ຊ່ວຍ​ອຳ­ນວຍ​ຄວາມ​ສະ­ດວກ​ໃຫ້​ກັບ​ຜູ້​ໃຊ້ ທີ່​ຕ້ອງ­ການ​ກົດ​ເຂົ້າ​ໄປ​ໄດ​ເຣັກ​ເທີ​ຣີ ຫຼື​ໂຟລ໌ເດີ​ຍ່ອຍ​ທີ່­ຢູ່​ຖັດ​ຂຶ້ນ​ໄປ​ເທື່ອ​ລະ​ຊັ້ນ (ຈາກ C:\Windows\Systems ເມື່ອ​ກົດ​ປຸ່ມ Up ກໍ​ຈະ​ສະ­ແດງ​ຟາຍລ໌​ຕ່າງໆ​ໃນ C:\Windows) ສຳ­ລັບ​ລາຍ​ລ​ອຽດ​ຕ່າງໆ​ທີ່​ໜ້າ​ສົນ­ໃຈ ສາ­ມາດ​ຮັບ​ຊົມ​ໄດ້​ຈາກ​ຄຣິບ​ທາງ​ລຸ່ມ​ນີ້​ໄດ້.
ເວັບ​ໄຊທ໌ທີ່​ກ່ຽວ­ຂ້ອງ: Windows 8
ຂໍ້​ມູນ​ຈາກ: Arip




0 ຄຳຄິດເຫັນ :

Post a Comment