MS ປັບປຸງການກ່າຍຟາຍລ໌ໃນ Windows 8

ຫຼ້າ​ສຸດ ທາງ​ທີມ​ພັດ­ທະ­ນາ Windows 8 ໄດ້​ໂພດສ໌​ຂໍ້­ຄວາມ​ທີ 3 ເຊິ່ງ​ສະ­ແດງ​ຄຸນ­ສົມ­ບັດ​ຂອງ​ລະ­ບົບ​ຈັດ­ການ​ຟາຍລ໌ (File Management) ແລະ ການ​ຍ້າຍ​ຟາຍລ໌ ອອກ​ມາ​ໃຫ້​ຜູ້​ໃຊ້​ທົ່ວ​ໂລກ​ໄດ້​ເຫັນ​ກັນ.

 
Microsoft ໄດ້​ສຶກ​ສາ​ວິ­ທີ​ການ​ກ່າຍ​ຟາຍລ໌​ຂອງ​ຜູ້​ໃຊ້ ໃນ​ລັກ­ສະ­ນະ​ຕ່າງໆ​ຫຼາຍ​ຢ່າງ ຕະ­ຫຼອດ​ຮອດ​ຄວາມ​ຖີ່​ໃນ​ການ​ທີ່​ຜູ້​ໃຊ້​ຈະ​ກ່າຍ​ຟາຍລ໌ທີ່​ໃຊ້​ເວ­ລາ​ດົນ​ ກວ່າ 10ນາ­ທີ ເຊິ່ງ​ປະ­ກົດ​ວ່າ ຫາກ​ດົນ​ກວ່າ​ໄລ­ຍະ​ເວ­ລາ​ດັ່ງ­ກ່າວ ຜູ້​ໃຊ້​ປະ­ມານ 5%ຈະ​ຍົກ­ເລີກ​ການ​ກ໋ອບ​ປີ້​ຟາຍລ໌ (ບໍ່​ຢາກ​ຖ້າ​ດົນ) ໃນ​ການ​ນຳ​ສະ­ເໜີ​ຫຼ້າ​ສຸດ ສຳ­ລັບ​ຄຸນ­ສົມ­ບັດ​ໃໝ່​ຂອງ Windows 8ຫາກ​ປຽບ­ທຽບ​ກັບ Windows 7ລະ­ບົບ​ຈະ​ປະ­ມານ​ເວ­ລາ​ລ່ວງ​ໜ້າ ວ່າ​ຈະ​ກ່າຍ​ສຳ­ເລັດ​ຕອນ​ໃດ ແລະ ຄວາມ​ໄວ​ໃນ​ການ​ກ່າຍ​ຂະ­ນະ​ນັ້ນ ແຕ່​ໃນ Windows 8ຜູ້​ໃຊ້​ຈະ​ສັງ­ເກດ​ເຫັນ​ໜ້າ​ຕາ​ໃໝ່ ທີ່​ສະ­ແດງ​ຂັ້ນ​ຕອນ​ການ​ກ່າຍ​ຟາຍລ໌​ຕ່າງໆ​ໄດ້​ພ້ອມ​ກັນ ໃນ​ໄດ​ອະ​ລ໋ອກ​ບ໋ອກ​ດຽວ ແຖມ​ຍັງ​ສະ­ແດງ​ກຣາບຟ໌​ຄວາມ​ສຳ­ເລັດ​ໃນ​ການ​ກ່າຍ​ໃຫ້​ເຫັນ​ອີກ ວ່າ­ການ​ກ່າຍ​ຟາຍລ໌​ສຳ­ເລັດ​ໄປ​ສ່ຳ​ໃດ​ແລ້ວ ໂດຍ​ຜູ້​ໃຊ້​ຍັງ​ສາ­ມາດ​ຢຸດ​ການ​ກ່າຍ​ບາງ​ຟາຍລ໌​ໄວ້​ກ່ອນ ເພື່ອ​ເພີ່ມ​ຄວາມ​ໄວ​ໃນ​ການ​ກ່າຍ​ຟາຍລ໌​ອື່ນໆ ໄດ້​ອີກ​ດ້ວຍ.

ນອກ­ຈາກ​ການ​ກ່າຍ​ຟາຍລ໌ທີ່​ສະ­ແດງ​ຂໍ້​ມູນ​ລະ­ອຽດ​ຂຶ້ນ ຕະ­ຫຼອດ​ຮອດ​ການ​ຄວບ​ຄຸມ​ການ​ກ່າຍ​ທີ່​ງ່າຍ​ກວ່າ​ເກົ່າ​ແລ້ວ ລະ­ບົບ​ຈັດ­ການ​ຟາຍລ໌ Windows 8 ໂດຍ​ສະ­ເພາະ​ການ​ກ່າຍ​ຟາຍລ໌ທີ່​ນອກ­ຈາກ​ຄວາມ​ໄວ​ແລ້ວ ມັນ​ຍັງ​ມີ​ເຄື່ອງ­ມື​ທີ່​ຊ່ວຍ​ໃຫ້​ກ່າຍ​ຟາຍລ໌​ຖູກ​ຕ້ອງ ສົມ­ບູນ ບໍ່​ຊ້ຳ​ກັນ ຫຼື ເກີດ​ປັນ­ຫາ​ຟາຍລ໌​ເກົ່າ​ທັບ​ຟາຍລ໌​ໃໝ່ ແລະ ອື່ນໆ​ອີກ ເຊິ່ງ​ໃນ Windows 8 ຈະ​ສະ­ແດງ​ໄອ​ຄ໋ອນ​ຂອງ​ຟາຍລ໌​ຂະ­ໜາດ​ນ້ອຍ (thumbnail) ພ້ອມ​ທັງ​ສະ­ແດງ​ລາຍ​ລະ­ອຽດ​ຂອງ​ຟາຍລ໌ທີ່​ຈະ​ກ່າຍ​ນັ້ນ ທັງ​ຕົ້ນ​ທາງ ແລະ ປາຍ­ທາງ ເພື່ອ​ໃຫ້​ກວດ​ສອບ​ວ່າ ມັນ​ຊ້ຳ​ກັນ​ຫຼື​ບໍ່ ຟາຍລ໌ໃດ​ໃໝ່​ກວ່າ ເປັນ­ຕົ້ນ ຜູ້​ໃຊ້​ພຽງ​ແຕ່​ຕິກ​ເລືອກ​ໜ້າ​ຟາຍລ໌ທີ່​ຕ້ອງ­ການ​ຈະ​ກ່າຍ​ທັບ ຫຼື​ບໍ່​ດຳ­ເນີນ​ການ​ໃດໆ ແລ້ວ​ກໍ​ກົດ​ປຸ່ມ Continue ຂັ້ນ​ຕອນ​ການ​ກ່າຍ​ຟາຍລ໌ກໍ​ຈະ​ດຳ­ເນີນ​ຕໍ່​ໄປ​ເອງ​ໂດຍ​ອັດ­ຕະ­ໂນ­ມັດ ພຽງ​ເທົ່າ​ນີ້ ການ​ກ່າຍ​ຟາຍລ໌ທີ່​ຜູ້​ໃຊ້​ຕ້ອງ­ການ ກໍ​ຈະ​ຖືກ­ຕ້ອງ​ຫຼາຍ​ຍິ່ງ​ຂຶ້ນ.
ເວັບ​ໄຊທ໌ໃນ​ຂ່າວ: Building Windows 8

0 ຄຳຄິດເຫັນ :

Post a Comment