Google ຍ້າຍ Chrome OS ລົງແທັບເລັດ ?


Google ຍ້າຍ Chrome OS ລົງແທັບເລັດ ?

ນັກ​ພັດທະນາ​ເວັບ Francois Beaufort ​ໄດ້​ໂພດ​ສ໌ວິ​ດີ​​ໂອ​ສາທິດ​ການ​ນຳ​ໃຊ້ Chrome OS ຂອງ Google ​ເວີ​ຊັນ​ທີ່​ໄດ້​ຮັບ​ການ​ປັບ​ແຕ່ງ​ໃຫ້​ເຮັດ​ວຽກ​​ໃນ​ແທັບ​ເລັດ (tablet) ​ເຊິ່ງ Chrome OS ​ເປັນ​ລະບົບ​ປະຕິ​ບັດ​ການ​ທີ່​ພັດທະນາ​ຕໍ່​ຍອດ​ມາ​ຈາກ Browser Chrome ທີ່​ປັດ​ຈຸບັນ ຈະ​ມາ​ພ້ອມ​ກັບ Chromebooks.
ເນື່ອງ​ຈາກ Chrome OS ​ໃນ​ແທັບ​ເລັດ ຈະ​ມີໜ້າ​ຈໍ​ນ້ອຍ​ກວ່າ​ອິນ​ເຕີ​ເຟດຂອງ​ລະບົບ​ປະຕິບັດ​ການ ຈຶ່ງ​ຕ້ອງ​ມີ​ການ​ປັບ​ປ່ຽນ​ຂະໜາດ​ຂອງ​ອົງ​ປະກອບ​ຕ່າງໆ ​ໃຫ້​ເໝາະ​ສົມ​ກັບ​ການ​ສໍາ​ພັດ ​ໃນ​ຂະນະ​ທີ່​ຫຼາຍ​ຄົນ​ຕື່ນ​ເຕັ້ນ​ກັບ Honeycomb ທີ່​ເຮັດ​ວຽກ​ໃນ​ແທັບ​ເລັດ ​ແຕ່​ເບິ່ງ​ຄື​ວ່າ Chrome OS ​ໃນ​​ແທັບ​ເລັດ ກໍ່​ເປັນຕາ​ໃຊ້ບໍ່​ຢອກ ​ເຊິ່ງຫາກ Google ​ເພີ່ມ​ແພຼດຟອມ​ແທັບ​ເລັດ​ໃຫ້​ກັບ Chrome OS ອີກ ມັນ​ກໍ່​ເທົ່າ​ກັບ​ວ່າ ​ເພີ່ມ​ທາງ​ເລືອກ​ສຳລັບ​ OS ​ໃນ​ອຸປະກອນ​ພວກ​ນີ້​ໃນ​ຕະຫຼາດ ​ເພື່ອ​ແຂ່ງຂັນກັບ iOS ຂອງ Apple.
ແຕ່​ປະ​ເດັນ​ທີ່​ໜ້າ​ຄິດ​ກໍ່​ຄື ​ແທນ​ທີ່ Google ຈະ​ເອົາ​ເວລາ​ໄປ​ພອດ Chrome OS ​ໃຫ້​ເຮັດ​ວຽກ​ໃນ​ແທັບ​ເລັດ​ໄດ້​ຢ່າ​ງສົມບູນ ​ເຊິ່ງຄົງ​ຕ້ອງ​ໃຊ້​ເວລາ​ຫຼາຍ​ສົມ​ຄວນ Google ໜ້າ​ຈະ​ຫັນ​ມາ​ພອດບຣາວ​ເຊີ Chrome ​ໄປ​ເປັນ​ແອັບ (Application) ​ໃນ​ແອນ​ດຣອຍ (Android) ​ເພື່ອ​ໃຊ້​ງານ​ໃນ​ສະມາດ​ໂຟນ ​ແລະ ​ແທັບ​ເລັດ ຊິບໍ່​ດີກ​ວ່າບໍ ? ການ​ໃຊ້​ຟັງ​ຊັນ​ຕ່າງໆ 90% ຂອງ Chrome OS ຈະ​ຕ້ອງ​ມີ​ການ​ເຊື່ອມ​ຕໍ່​ອິນ​ເຕີ​ເນັດ​ຕະຫຼອດ​ເວລາ ​ເຊິ່ງຈະ​ມີ​ຜູ້​ໃຊ້​ຄົນ​ໃດ ທີ່ຕ້ອງການຊື້​​ແທັບ​ເລັດ​ທີ່​ລາຄາ​ຄ່ອນ​ຂ້າງ​ແພງ ​​ແຖມ​ຍັງ​ຕ້ອງ​ຈ່າຍ​ຄ່າ​ອິນ​ເຕີ​ເນັດ​ແບບ​ລາຍ​ເດືອນ​ອີກ​ ຜູ້​ໃຊ້​ສ່ວນ​ຫຼາຍ​ຕ້ອງການ​ອອນ​ລາຍ​ໃນ​ແທັບ​ເລັດ ​ເມື່ອ​ຕ້ອງການ​ໃຊ້​ອິນ​ເຕີ​ເນັດ​ເທົ່າ​ນັ້ນ ​ເພາະ​ຫາກ Google ​ເຮັດບຣາວ​ເຊີ Chrome ​ໃນ​ແທັບ​ເລັດ ຜູ້​ໃຊ້​ຈະ​ສາມາດ​ເຮັດທຸກ​ຢ່າງ​ໄດ້​ຕາມ​ປົກກະຕິ​ໃນ​ຂະນະ​ອອນ​ລາຍ ​ແລະ ​ໃຊ້ບຣາວ​ເຊີ Chrome ຂະນະ​ອອນ​ລາຍ ​ໃນ​ຂະນະ​ທີ່​ຖ້າ​ເປັນ​ແທັບ​ເລັດ Chrome OS ຜູ້​ໃຊ້​ຈະ​ຕ້ອງ​ອອນ​ລາຍ​ຕະຫຼອດ​ເວລາ.
Chrome OS ​ໃນ​ແທັບ​ເລັດ ຈະ​ປະສົບ​ຄວາມ​ສໍາ​ເລັດ​ໄດ້ ມີ​ສອງ​ປັດ​ໄຈ​ສຳຄັນ​ຄື ໜຶ່ງ ມັນ​ຕ້ອງ​ມີ​ລາຄາ​ຖືກ ​ແລະ ສອງ ຄື​ ​ແບັດ​ເຕີ​ລີ​ຕ້ອງ​ໃຊ້​ໄດ້​ດົນ ​ເນື່ອງ​ຈາກ​ການ​ອອນ​ລາຍ​ຕະຫຼອດ​ເວລາ ​ແຕ່​ມັນ​ຈະລາ​ຄາ​ຖືກ​ໄດ້​ແທ້​ບໍ ? ​ໃນ​​​ເມື່ອ​ຂະໜາດ Chromebook ທີ່​ປະສິ​ດທິພາ​ບຕໍ່າ​ກວ່າ​ເນັດ​ບຸກ ຍັງ​ລາຄາ​ສູງ​ກວ່າ ​ໂດຍ​ລະດັບ​ລາຄາ​ຢູ່​ທີ່ 350 ​ໂດ​ລາ​ສະຫະລັດ ຫຼື​ປະມານ (2.700.000 ກີບ) ຂື້ນ​ໄປ ອຸບ​ສ໌​!! ຈັ່ງ​ໃດ​ກໍ່ຕາມ ຄົງ​ຕ້ອງ​ຖ້າ​ເບິ່ງ​ຄວາມ​ຊັດ​ເຈນ​ອີກ​ວ່າ Chrome OS ສຳ​ລັບ ​ແທັບ​ເລັດ ຈະ​ມີ​ແທ້​ຫຼື​ບໍ ? ​ເພາະ​ນີ້​ເປັນ​ພຽງ​ການ​ສາທິດ​ປັບ​ປ່ຽນ Chrome OS ​ໃຫ້​ເຮັດ​ວຽກ​ໃນ​ແທັບ​ເລັດ​ເທົ່າ​ນັ້ນ.

0 ຄຳຄິດເຫັນ :

Post a Comment