ອັນດັບ ສຸດຍອດ Antivirus ແຫ່ງປີ 2011

ທຸກ​ມື້­ນີ້ ໄວ​ຣັດສ໌ ມີ​ການ​ພັດ­ທະ­ນາ​ໄປ​ໄກ​ຫຼາຍ​ກວ່າ​ທີ່​ເຮົາ​ເຄີຍ​ພົບ­ພໍ້​ກັນ ຫາກ​ທ່ານ​ຍັງ​ຄິດ​ວ່າ ເຄື່ອງ​ຄອມ​ພິວ​ເຕີ​ຂອງ​ທ່ານ ມີ​ໂປຣ​ແກຣມ​ດີ ເສຍ​ເງິນ​ຊື້​ມາ​ແລ້ວ ປອດ​ໄພ​ແນ່­ນອນ ແມ່ນ​ທ່ານ​ກຳ­ລັງ​ຄິດ​ຜິດ ຖ້າ​ທ່ານ​ບໍ່​ຍອມ​ປ່ຽນ­ແປງ​ພຶດ­ຕິ​ກຳ ທັງ​ເລື່ອງ​ການ​ເປີດ​ອ່ານ​ອີ​ເມວ ການ​ໃຊ້ Flash Drive ການ​ເກັບ​ມ້ຽນ​ຂໍ້​ມູນ ແລະ ເລື່ອງ​ຂອງ​ການ​ໃຊ້​ໂປຣ​ແກຣມ​ເຖື່ອນ​ຕ່າງໆ ໂດຍ​ສະ­ເພາະ ພວກ​ທີ່​ມີ ຄີ​ມາ​ໃຫ້ ມີ Serial ມາ​ໃຫ້ ຍິ່ງ​ນ່າ​ເປັນ​ຫ່ວງ ທີ່​ຂ້າ­ພະ­ເຈົ້າ​ເວົ້າ​ມາ​ທັງ​ໝົດ​ນັ້ນ ຕໍ່­ໃຫ້​ທ່ານ​ມີ​ໂປຣ​ແກຣມ​ອັນ​ດັບ​ໜຶ່ງ​ມາ​ໃຊ້ ທ່ານ​ກໍ​ຍັງ​ຕ້ອງ​ກັງ­ວົນ​ຢູ່​ດີ​ລະ​ທ່ານ.

 
ດຽວ­ນີ້ ໄວ​ຣັດສ໌ ສ່ວນ​ໃຫຍ່​ຈະ​ຊອກ​ຫາ​ຂໍ້​ມູນ​ຫຼາຍ​ກວ່າ​ການ​ກໍ່­ກວນ​ຊື່ໆ​ນໍ.
ອັນ​ດັບ 1. BitDefender.
ເປັນ​ໂປຣ​ແກຣມ​ອັນ​ດັບ​ໜຶ່ງ​ຂອງ​ປີ​ກາຍ​ພ້ອມ ຄົງ​ຕ້ອງ​ຍອມ­ຮັບ​ເລີຍ​ວ່າ ສິນ­ຄ້າ​ຂອງ​ເຂົາ​ມີ​ຄຸນ​ນະ​ພາບ​ແທ້ໆ ແຕ່​ຍັງ​ເປັນ​ຫວ່ງ​ເລື່ອງ​ການ​ກິນ​ຊັບ­ພະ­ຍາ­ກອນ​ຂອງ​ເຄື່ອງ​ຫຼາຍ​ສົມ­ຄວນ ແຕ່​ມີ​ການ​ອັບ​ເດດ​ຂໍ້​ມູນ​ຂ່າວ­ສານ​ເປັນ​ປະ­ຈຳ.
ອັບ​ດັບ 2. Kaspersky.
ເປັນ​ໂປຣ​ແກຣມ​ຂອງ​ຣັດ​ເຊຍ ເຖິງ​ວ່າ​ຈະ​ບໍ່​ໄດ້​ອັນ​ດັບ​ໜຶ່ງ ແຕ່​ກໍ​ຖືກ​ໃຈ​ຄົນ​ລາວ​ຫຼາຍ​ຄົນ ແຕ່​ວ່າ​ລາ­ຄາ​ກໍ​ຍັງ​ແພງ​ຢູ່ ບໍ່​ນັບ​ລວມ​ເຖິງ​ຂອງ​ເຖື່ອນ​ທີ່​ຫຼັກ​ມາ​ຂາຍ ເປັນ​ໂປຣ​ແກຣມ​ທີ່​ກິນ​ຊັບ­ພະ­ຍາ­ກອນ​ຂອງ​ເຄື່ອງ​ຫຼາຍ​ສົມ­ຄວນ ແຕ່​ປະ­ສິດ­ທິ­ພາບ​ສູງ ເໝາະ​ສຳ­ລັບ​ຄົນ​ທີ່​ໃຊ້​ຄອມ​ພິວ​ເຕີ​ແບບ​ສ່ຽງ​ຕໍ່​ໄວ​ຣັດສ໌ ແລະ ສຽງ​ຂອງ​ມັນ​ເວ­ລາ​ເຈິ​ະ​ໄວ​ຣັດສ໌​ນັ້ນ ຮູ້­ສຶກ​ດີ​ທຸກ​ຄັ້ງ.
ອັນ​ດັບ 3. webroot
ສຸດ​ຍອດ​ນັກ​ກວາດ​ລາ­ງວັນ​ຕອນ​ນີ້ ຄົງ​ບໍ່​ມີ​ໃຜ​ເກີນ webroot ໂປຣ​ແກຣມ​ຄຸນ​ນະ​ພາບ​ອີກ​ໜຶ່ງ​ຕົວ ແຕ່​ຍັງ​ບໍ່​ທັນ​ເປັນ​ທີ່​ຮູ້­ຈັກ​ໃນ​ປະ­ເທດ​ລາວ ແຕ່​ຄຸນ​ນະ​ພາບ​ສູງ ຈຶ່ງ​ເຮັດ​ໃຫ້​ປີ​ນີ້ ໄດ້​ເປັນ​ທີ​ສາມ​ອີກ​ແລ້ວ.
ອັນ​ດັບ 4. Norton Antivirus
ຫຼັງ​ຈາກ​ຕົກ​ຊັ້ນ​ໄປ​ຫຼາຍ ຕອນ​ນີ້​ກັບ​ຂຶ້ນ​ມາ​ໄດ້​ອີກ​ຄັ້ງ ສຳ­ລັບ​ໂປຣ​ແກຣມ​ເກົ່າ​ແກ່​ຄື Norton ເພາະ​ຫຼັງ​ຈາກ​ທີ່​ມີ​ການ​ພັດ­ທະ­ນາ Solution ໃຫ້​ກາຍ­ເປັນ​ໂປຣ​ແກຣມ​ທີ່​ສາ­ມາດ​ດູ​ແລ​ໄດ້​ຄອບ​ຄຸມ​ຫຼາຍ​ຂຶ້ນ ອັບ​ເດດ​ໄດ້​ໄວ ແລະ ໜ້າ​ຕາ​ໃຊ້​ງານ​ງ່າຍ​ຂຶ້ນ ດ້ວຍ​ຊື່​ສຽງ​ທີ່​ສະ​ສົມ​ມາ​ດົນ ເລີຍ​ເຮັດ​ໃຫ້​ກັບ​ມາ​ໄດ້​ແຊງ​ໜ້າ​ຄົນ​ອື່ນ.
ອັນ​ດັບ 5. Eset Nod32.
ປີ​ນີ້ ກະ­ແສ​ຄວາມ​ນິ­ຍົມ​ເລີ່ມ​ຕົກ­ລົງ​ໄປ​ແດ່ ທີ່​ຈິງ​ແລ້ວ​ເລື່ອງ​ການ​ໃຊ້​ງານ​ທີ່​ງ່າຍ ບໍ່​ຫຍຸ້ງ­ຍາກ ນ່າ​ຈະ​ເປັນ​ຕົວ​ທີ່​ເຮັດ​ໃຫ້​ໂປຣ​ແກຣມ​ນີ້ ຍັງ​ຄົງ​ດຳ­ລົງ​ຢູ່​ໃນ​ອັນ​ດັບ​ຕົ້ນໆ ແຕ່​ຕ້ອງ​ຍອມ­ຮັບ​ເລີຍ​ວ່າ ເວ­ລາ​ທີ່​ເຮັດ​ການ​ກວດ​ສອບ​ຊອກ​ຫາ​ໄວ​ຣັດສ໌​ແລ້ວ ມີ​ຜົນ​ແຕກ​ຕ່າງ​ຈາກ​ໂປຣ​ແກຣມ​ອື່ນ​ພໍ​ສົມ­ຄວນ.
ອັນ​ດັບ 6. AVG Antivirus.
ໂປຣ​ແກຣມ​ນີ້​ມີ​ທັງ​ແບບ Free ແລະ ເສຍ​ເງິນ ແຕ່​ຄົນ​ລາວ​ສ່ວນ​ໃຫຍ່​ໃຊ້​ແບບ​ຂອງ Free ເຊິ່ງ​ເປັນ​ໂປຣ​ແກຣມ​ທີ່​ມີ​ຄຸນ​ນະ​ພາບ​ອີກ​ຕົວ​ໜຶ່ງ ແຕ່​ຫາກ​ໃຜ​ໃຊ້​ຢູ່ ຂ້າ­ພະ­ເຈົ້າ​ຂໍ​ແນະ­ນຳ​ວ່າ ຢ່າ Uninstall ມັນ​ອອກ​ເລີຍ ເພາະ​ຂ້າ­ພະ­ເຈົ້າ​ເຄີຍ​ລອງ​ແລ້ວ ມີ​ປັນ­ຫາ​ຫຼາຍ​ສົມ­ຄວນ​ກວ່າ​ຈະ​ຕັ້ງ​ຄ່າ​ແລ້ວ.
ອັນ​ດັບ 7. G data.
ໂປຣ​ແກຣມ​ພາ­ສາ​ເຢຍ​ລະ​ມັນ​ຊື່​ດັງ ເຖິງ​ວ່າ​ໜ້າ​ຕາ​ຈະ​ໃຊ້​ຍາກ ແຕ່​ກໍ​ມີ​ຈຸດ​ເດັ່ນ​ເຊັ່ນ Webmail Scan ແລະ Registry Startup ເປັນ​ອັນ​ດັບ​ຕົ້ນໆ​ທີ່​ໜ້າ​ສົນ­ໃຈ ປີ​ນີ້​ຂື້ນ​ອັນ​ດັບ​ມາ​ໄດ້​ສູງ​ສົມ­ຄວນ.
ອັນ​ດັບ​ທີ 8. Avira.
ໂປຣ​ແກຣມ​ທີ່​ບໍ່​ຕິດ​ອັນ​ດັບ​ໃນ​ປີ​ກາຍ ແຕ່​ມາ​ປີ​ນີ້ ຄັນ­ຮົ່ມ​ແດງ ເປັນ​ທີ່​ຮູ້­ຈັກ​ຫຼາຍ​ຂຶ້ນ ດ້ວຍ​ຄຸນ­ສົມ­ບັດ​ເດັ່ນ​ຄື ໃຊ້​ງານ​ງ່າຍ ແລະ ມີ​ປະ­ສິດ­ທິ­ພາບ​ໃນ​ການ​ກວດ​ຫາ​ໄພ​ຄຸກ​ຄາມ​ຕ່າງໆ​ໄດ້​ເປັນ​ຢ່າງ​ດີ ແຕ່​ກໍ​ມາ​ໄດ້​ໄກ​ພຽງ​ເທົ່າ​ນີ້.
ອັນ​ດັບ 9. Vipre.
ເປັນ​ໂປຣ​ແກຣມ Antivirus ອີກ​ຕົວ​ໜຶ່ງ ທີ່​ມີ​ປະ­ສິດ­ທິ­ພາບ​ໃນ​ການ​ເຮັດ​ວຽກ​ສູງ ສາ­ມາດ​ກຳ­ຈັດ​ໄວ​ຣັດສ໌​ໄດ້​ດີ ມີ​ເຕັກ​ໂນ​ໂລ​ຊີ antivirus + antispyware engine ລວມ​ຢູ່​ນຳ​ກັນ ແຕ່​ຍັງ​ເປັນ​ນ້ອງ​ໃໝ່​ຂອງ​ວົງ​ການ​ຢູ່ ແຕ່​ຄວາມ​ສາ­ມາດ​ທີ່​ໜ້າ​ສົນ­ໃຈ​ຄື ບໍ່​ໜັກ​ເຄື່ອງ ຈຶ່ງ​ເໝາະ​ສຳ­ລັບ​ການ​ໃຊ້​ງານ​ໃນ Notebook ແລະ Netbook.
ອັນ​ດັບ 10. Trend Micro.
ຂ້າ­ພະ­ເຈົ້າ​ຄິດ​ວ່າ ໜ້າ​ຈະ​ເປັນ​ຍ້ອນ​ການ​ຂາດ​ຟັງ​ຊັນ spam phishing ແຖມ​ຍັງ​ກິນ​ຖ່ານ​ຫຼາຍ ເປືອງ​ຊັບ­ພະ­ຍາ­ກອນ​ເຄື່ອງ​ອີກ​ນີ​ແຫລະ ທີ່​ເປັນ​ປັນ­ຫາ​ເຮັດ​ໃຫ້​ໄປ​ໄດ້​ບໍ່​ໄກ.
ນ່າ​ເສຍ­ດາຍ ໂປຣ​ແກຣມ​ເກົ່າໆ​ເຊັ່ນ MacAfee ແລະ ໂປຣ​ແກຣມ​ທີ່​ຂ້າ­ພະ­ເຈົ້າ​ມັກ​ຄື Clam ແຕ່​ບໍ່​ມີ​ອັນ​ກັບ​ວ່າງ​ສຳ­ລັບ​ພວກ​ເຂົາ.

0 ຄຳຄິດເຫັນ :

Post a Comment