ຄອມພິວເຕີ ທີ່ແລ່ນດ້ວຍ ວິນໂດ້ 7 (Windows 7) ຊ່ວຍໃຫ້ອົງກອນປະຢັດຄ່າໄຟຟ້າໄດ້ຫຼາຍ ປະມານ 40 ໂດລາຕໍ່ເຄື່ອງຕໍ່ປີ ນັ້ນກໍຍ້ອນການບໍລິຫານພະລັງງານໃນໂນ໊ດບຸກທີ່ມີປະສິດຕິພາບ ເພີ່ມຂຶ້ນ ແຕ່ຜູ້ໃຊ້ຈະຕ້ອງມີຄວາມເຂົ້າໃຈພື້ນຖານຂອງລະບົບສາກ່ອນ ຈຶ່ງຈະສາມາດຮີດເອົາພະລັງງານຈາກໂນ໊ດບຸກທີ່ແລ່ນດ້ວຍ ວິນໂດ້ 7 ອອກມາຢ່າງເຕັມເມັດເຕັມໜ່ວຍ.
ກຣາບ ນີ້ສະແດງໃຫ້ເຫັນການໃຊ້ພະລັງງານຂອງໂນ໊ດບຸກໜຶ່ງເຄື່ອງ ຊຶ່ງເຫັນວ່າ ພາກສ່ວນໃດທີ່ໃຊ້ພະລັງງານຫຼາຍທີ່ສຸດ ຫຼື ໜ້ອຍທີ່ສຸດ ເພື່ອເປັນພື້ນຖານໃນການປັບລະບົບພະລັງງານທີ່ເຫຼືອໃນ ແບັດເຕີຣີ ໃຫ້ຢູ່ໄດ້ດົນທີ່ສຸດນັ້ນເອງ.

ໃນ ວິນໂດ້ 7 ໃຫ້ກົດ Windows+X ເທິງ ຄີບອດ ທ່ານກໍຈະເຫັນດັ່ງພາບລຸ່ມນີ້ ຊຶ່ງທ່ານສາມາດເລືອກປັບຄວາມສະວ່າງຂອງໜ້າຈໍ ແລະ ເລືອກລະບົບການໃຊ້ພະລັງງານອຶ່ນໆໄດ້ເລີຍ.

ແຕ່ຖ້າທ່ານຢາກໄດ້ລະອຽດກວ່ານີ້ ທ່ານສາມາດ ຄຣິກ ສັນຍະລັກ Battery ໃນ System Tray ເທິງ Taskbar ແລ້ວເລືອກ More power options ທ່ານກໍຈະໄດ້ດັ່ງພາບ:

ໃນນີ້ ທ່ານສາມາດເລືອກປັບວ່າ ເມື່ອໃດທີ່ທ່ານຈະເຂົ້ານອນ sleep mode ຫຼື ກຳນົດຄວາມສະວ່າງກ່ອນສຽບປັກໄຟ ແລະ ຫຼັງຈາກສຽບປັກໄຟ ກໍໄດ້ ນອກຈາກການປັບທີ່ກ່າວມາແລ້ວ ທ່ານສາມາດເຂົ້າໄປວາງແຜນການໃຊ້ພະລັງງານ ໂດຍເຂົ້າໄປທີ່ Change advanced power settings ຊຶ່ງທ່ານສາມາດປັບຄ່າພະລັງງານຕ່າງໆໄດ້ຢ່າງລະອຽດ ນັບຕັ້ງແຕ່ຄວາມໄວຂອງ Processor (ປັບຊ້າລົງກໍໃຊ້ໄຟໜ້ອຍລົງ ເອົາໄວ້ໃຊ້ຕອນ ແບັດເຕີຣີ ໃກ້ຈະໝົດ) ລະບົບຄວາມເຢັນ (ກໍລະນີນັ່ງໃນຫ້ອງແອທີ່ເປີດຈົນໜາວ) ລວມເຖິງການກຳນົດການເຮັດວຽກຂອງປຸ່ມPower.
ນອກຈາກການປັບອຸປະກອນເຫຼັກໆ (ໜ້າຈໍ CPU ChipSet) ທີ່ກິນໄຟຫຼາຍ ເພື່ອໃຫ້ກິນໄຟໜ້ອຍລົງແລ້ວ ກໍຍັງມີ Wi-Fi ຖ້າຫາກບໍ່ໄດ້ເຊື່ອມຕໍ່ແຕ່ເປີດປະໄວ້ ມັນກໍຈະພະຍາຍາມຊອກຫາ ເນັດເວິກ ຕະຫຼອດເວລາເພື່ອເຊື່ອມຕໍ່ເຄືອຂ່າຍ ຊຶ່ງກໍກິນໄຟໄປບໍ່ໜ້ອຍ... ສ່ວນ ໂປຣແກຣມ ທີ່ບໍ່ໄດ້ໃຊ້ ແຕ່ເປີດປະໄວ້ຢູ່ Taskbar ກໍເປືອງພະລັງງານຄືກັນ ອັນໃດບໍ່ໃຊ້ກໍຄວນປິດ ໃນກໍລະນີທີ່ໂນ໊ດບຸກຂອງທ່ານມີ RAM ໜ້ອຍ ແລະ ຕ້ອງແລ່ນຫຼາຍໆໂປຣແກຣມພ້ອມກັນເປັນປະຈຳ (ຢ່າງໜ້ອຍ 2-3 ໂຕ) ໂດຍການເຮັດວຽກສະລັບກັນໄປມາ ແນ່ນອນພາລະສ່ວນໜຶ່ງຕ້ອງໄປຕົກຢູ່ ຮາດດິສ (Hard disk) ທີ່ຕ້ອງເຮັດໜ້າທີ່ແທນໜ່ວຍຄວາມຈຳ ຊຶ່ງກໍຈະເຮັດໃຫ້ການໃຊ້ພະລັງງານຂອງ ແບັດເຕີຣີ ເປືອງຫຼາຍຂຶ້ນແບບບໍ່ໄດ້ຕັ້ງໃຈ ກໍລະນີນີ້ ແນະນຳວ່າໃຫ້ເພີ່ມ RAM ອີກ.
0 ຄຳຄິດເຫັນ :
Post a Comment