ຈ໋ອບສ໌ ລາອອກແລ້ວຍົກ ທິມ ຄຸກ ເປັນຊີອີໂອແອັບເປິ້ນແທນ

ຈ໋ອບສ໌ ລາອອກແລ້ວຍົກ ທິມ ຄຸກ ເປັນຊີອີໂອແອັບເປິ້ນແທນ

ລາຍ​ງານ​ຂ່າວ​ຫຼ້າ​ສຸດ ສະ​ຕີບຟ໌ ຈ໋ອບສ໌ (Steve Jobs) ໃນ​ໄວ 55 ປີ ໄດ້​ລາ​ອອກ​ຈາກ​ຕ່ຳ​ແໜ່ງ​ຊີ​ອີ​ໂອ​ຂອງ​ແອັບ​ເປິ້ນ (Apple) ເປັນ​ທີ່​ຮຽບ​ຮ້ອຍ​ແລ້ວ ຫຼັງ​ຈາກ​ທີ່​ເຂົາ​ໄດ້​ລາ​ພັກ​ໄປ​ຮັກ­ສາ​ໂຕ ເນື່ອງ​ຈາກ​ອາ­ການ​ປ່ວຍ​ເປັນ​ໂຣກ​ມະ​ເຮັງ​ຕັບ​ອ່ອນ ຕັ້ງ­ແຕ່​ວັນ​ທີ 17 ເດືອນ​ມັງ­ກອນ 2011 ທີ່​ຜ່ານ​ມາ ໂດຍ​ຖະ­ແຫຼງ­ການ​ສະ­ບັບ​ດັ່ງ­ກ່າວ Apple ລະ­ບຸ​ວ່າ ທິມ ຄຸກ (Tim Cook) ຈະ​ເຂົ້າ​ມາ​ດຳ­ລົງ​ຕຳ­ແໜ່ງ​ເປັນ CEO ແທນ ຈ໋ອບສ໌.

ໃນ​ຈົດ­ໝາຍ​ລາ​ອອກ​ຂອງ ຈ໋ອບສ໌ ກ່າວ​ວ່າ: ຂ້ອຍ​ມັກ​ຈະ​ບອກ​ກັບ​ທຸກ​ ທ່ານ​ສະ­ເໝີ​ວ່າ ຖ້າ​ມື້​ໃດ​ທີ່​ຂ້ອຍ​ຮູ້­ສຶກ​ວ່າ ບໍ່​ສາ­ມາດ​ຮັບ­ຜິດ­ຊອບ​ຕໍ່​ຄວາມ​ຄາດ​ຫວັງ ໃນ​ຖາ­ນະ​ຊີ​ອີ​ໂອ​ຂອງ​ແອັບ​ເປິ້ນ​ອີກ​ຕໍ່​ໄປ ຂ້ອຍ​ຈະ​ເປັນ​ຄົນ​ທຳ​ອິດ​ທີ່​ບອກ​ໃຫ້​ທຸກ​ຄົນ​ຮັບ​ຮູ້ ໜ້າ​ເສຍ­ດາຍ​ທີ່​ມື້​ນັ້ນ​ໄດ້​ມາ​ເຖິງ​ແລ້ວ... ເຂົາ​ຍັງ​ກ່າວ​ຕໍ່​ໄປ​ອີ​ກວ່າ: ເຖິງ ​ຂ້ອຍ​ຈະ­ລາ​ອອກ​ຈາກ​ການ​ເປັນ​ຊີ​ອີ​ໂອ​ຂອງ​ແອັບ​ເປິ້ນ​ແລ້ວ ແຕ່​ຂ້ອຍ​ກໍ​ຍັງ​ຢາກ​ຈະ​ຊ່ວຍ​ບໍ­ລິ­ສັດ​ຕໍ່​ໄປ ຫາກ​ຄະ­ນະ​ກຳ­ມະ­ການ​ບໍ­ລິ­ສັດ​ເຫັນ​ວ່າ​ເໝາະ​ສົມ ໃນ​ຖາ­ນະ​ປະ­ທານ​ຂອງ​ບຣອດ ຜູ້­ອຳ­ນວຍ­ການ ແລະ ພະ­ນັກ­ງານ​ຄົນ​ໜຶ່ງ​ຂອງ​ແອັບ​ເປິ້ນ ສຳ­ລັບ​ຜູ້​ທີ່​ຈະ​ມາ​ສືບ­ຕໍ່​ຕຳ­ແໜ່ງ​ນີ້ ຂ້ອຍ​ແນະ­ນຳ​ວ່າ ຕ້ອງ​ເປັນ​ຜູ້​ທີ່​ຈະ​ດຳ­ເນີນ​ການ​ຕາມ​ແຜນ​ຂອງ​ບໍ­ລິ­ສັດ​ໄດ້ ແລະ ຄົນໆ​ນັ້ນ​ຄື Tim Cook ທີ່​ສົມ­ຄວນ​ຈະ​ເປັນ​ຊີ​ອີ​ໂອ​ຂອງ Apple ຄົນ​ຕໍ່​ໄປ.
ເນື້ອ​ໃນ​ຈົດ­ໝາຍ​ຂອງ​ຈ໋ອບສ໌ ຍັງ​ສະ­ແດງ​ເຖິງ​ຄວາມ​ໝັ້ນ​ໃຈ ແລະ ເຊື່ອ​ວ່າ ອະ­ນາ­ຄົດ​ຂອງ Apple ຈະ​ຍັງ​ສົດ­ໃສ ແລະ ສາ­ມາດ​ຮັກ­ສາ​ຄວາມ​ເປັນ​ຜູ້­ນຳ​ນະ​ວັດ­ຕະ​ກຳ​ຕໍ່​ໄປ ໂດຍ​ເຂົາ​ຈະ​ເຝົ້າ​ເບິ່ງ ແລະ ຊ່ວຍ­ເຫຼືອ ຕະ­ຫຼອດ​ຈົນ​ສຸກ​ຍູ້​ໃຫ້​ຄວາມ​ສຳ­ເລັດ​ນັ້ນໆ​ເກີດ​ຂຶ້ນ ພາຍ​ໃຕ້​ບົດ​ບາດ​ຝ​ໃໝ່​ທີ່​ໄດ້​ຮັບ­ຜິດ­ຊອບ ຂ້ອຍ​ໄດ້​ມີ​ໝູ່​ທີ່​ດີ ​ທີ່​ສຸດ​ໃນ​ຊີ­ວິດ​ຢູ່​ແອັບ​ເປິ້ນ ແລະ ຂ້ອຍ​ຂໍ​ຂອບ­ໃຈ​ທຸກ​ຄົນ ສຳ­ລັບ​ການ​ທີ່​ໄດ້​ເຮັດ​ວຽກ​ຄຽງ​ຂ້າງ​ພວກ​ເຈົ້າ ຕະ­ຫຼອດ​ໄລ­ຍະ​ເວ­ລາ​ຫຼາຍ​ປີ​ທີ່​ຜ່ານ​ມາ... ສະ​ຕີບຟ໌ ການ​ກ້າວ​ ລົງ​ຈາກ​ຕຳ­ແໜ່ງ​ຂອງ​ຈ໋ອບສ໌ ຈະ​ມີ​ຜົນ​ຕໍ່​ອະ­ນາ­ຄົດ​ຂອງ​ແອັບ​ເປິ້ນ​ຫຼື​ບໍ່ ? ແລະ ພາຍ​ໃຕ້​ການ​ນຳ​ຂອງ​ຊີ​ອີ​ໂອ​ຄົນ​ໃໝ່ Tim Cook ຈະ​ຍັງ​ຮັກ­ສາ​ຕຳ­ແໜ່ງ​ຊະ­ນະ​ໃຈ​ລູກ​ຄ້າ​ຂອງ Apple ໄດ້​ຫຼື​ບໍ່ ? ເວ­ລາ​ເທົ່າ​ນັ້ນ​ຈະ​ເປັນ​ເຄື່ອງ​ພິ­ສູດ.

0 ຄຳຄິດເຫັນ :

Post a Comment