3 ຂັ້ນຕອນ ແປງ MS Office ເປັນ PDF ງ່າຍໆ

ຟາຍລ໌ PDF ເປັນ​ຟາຍລ໌​ມາດ­ຕະ­ຖານ​ອັນ​ໜຶ່ງ ທີ່​ໃຊ້​ອ່ານ​ເອ­ກະ­ສານ ທີ່​ໃຊ້​ກັນ​ຢ່າງ​ແພ່​ຫຼາຍ ໂດຍ​ສະ­ເພາະ​ໃນ​ໂລກ​ອອນ​ລາຍນ໌ ຫຼາຍໆ​ຄົນ​ເຄີຍ​ອ່ານ PDF ຜ່ານ​ຕາ​ກັນ​ມາ​ຫຼາຍ ແລ້ວ​ທ່ານ​ເຄີຍ​ຮູ້​ບໍ່​ວ່າ ຟາຍລ໌ PDF ມີ​ວິ­ທີ​ສ້າງ​ຈັ່ງ​ໃດ.

ຫາກ​ທ່ານ​ມີ​ຟາຍລ໌ MS Office ເຊັ່ນ MS Word ຫຼື MS PowerPoint ແລ້ວ​ຕ້ອງ­ການ Save ເປັນ PDF ບາງ​ຄົນ​ອາດ​ຈະ​ໄປ Save as...ເພື່ອ Save ເປັນ PDF ແຕ່​ປາ­ກົດ​ວ່າ​ບໍ່​ເຫັນ​ມີ ... ແລ້ວ​ເຮົາ​ຈະ​ສ້າງ​ຟາຍລ໌ PDF ງ່າຍໆ ຈາກ Word ຫຼື PowerPoint ໄດ້​ຈັ່ງ​ໃດ ? ທາງ​ເຮົາ​ມີ​ຄຳ​ຕອບ​ໃຫ້​ທ່ານ ຈາກ​ການ​ທີ່ Office ບໍ່​ສາ­ມາດ Save ເປັນ PDF ໄດ້​ໂດຍ​ກົງ​ນັ້ນ ເປັນ​ເພາະ Office ຂອງ​ທ່ານ ຕ້ອງ­ການ​ດາວ​ໂຫຼດ​ໂປຣ​ແກຣມ​ເສີມ​ກ່ອນ ເພື່ອ​ທີ່​ຈະ Save ເປັນ PDF ໄດ້.
ຂັ້ນ​ຕອນ​ທີ 1.
ເຂົ້າ​ໄປ​ໜ້າ Download ຂອງ Microsoft ທີ່
ຂັ້ນ​ຕອນ​ທີ 2.
ດາວ​ໂຫຼດ​ໂປຣ​ແກຣມ​ເສີມ “SaveAsPDF.exe”
ກົດ​ດາວ​ໂຫຼດ​ຟາຍລ໌ SaveAsPDF.exe
ຂັ້ນ​ຕອນ​ທີ 3.
ດັບ​ເບິ້ນ​ຄຣິກ​ທີ່​ຟາຍລ໌ SaveAsPDF.exe ທີ່​ໄດ້​ດາວ​ໂຫຼດ​ມາ​ນັ້ນ ເພື່ອ​ຕິດ​ຕັ້ງ ກໍ​ເປັນ​ອັນ​ຮຽບ​ຮ້ອຍ.
ລອງ​ເປີດ​ໂປຣ​ແກຣມ MS Word ແລ້ວ Save ເປັນ PDF ໄດ້​ເລີຍ.

0 ຄຳຄິດເຫັນ :

Post a Comment