Windows Phone 7 Mango ພ້ອມແລ້ວ

ໄມ​ໂຄຣ​ຊອບຟ໌ ສ້າງ​ຄວາມ​ປະ­ຫຼາດ​ໃຈ ປະ­ກາດ​ວ່າ​ໄດ້​ພັດ­ທະ­ນາ Windows Phone 7 Mango ແລ້ວ​ກ່ອນ​ກຳ­ນົດ.
Peter Wissinger ຜູ້­ອຳ­ນວຍ­ການ​ຝ່າຍ​ທຸ­ລະ​ກິດ​ມື​ຖື​ຂອງ ໄມ​ໂຄຣ​ຊອບຟ໌ ໄດ້​ປະ­ກາດ​ມື້­ນີ້​ວ່າ ຕອນ​ນີ້ ມັນ (Windows Phone 7 Mango) ຖືກ​ສົ່ງ​ໃຫ້​ກັບ​ບໍ­ລິ­ສັດ​ຜູ້​ຜະ­ລິດ​ສະ­ມາດ​ໂຟນ​ທີ່​ເປັນ​ພັນ­ທະ​ມິດ ເພື່ອ​ອັບ​ເດດ​ຜະ­ລິດ​ຕະ​ພັນ​ໃຫ້​ກັບ​ລູກ​ຄ້າ​ຂອງ​ເຮົາ Microsoft ໄດ້​ສົ່ງ Mango ກ່ອນ​ກຳ­ນົດ​ການ​ທີ່​ຕັ້ງ​ໄວ້ ຕອນ​ນີ້​ຮູ້­ສຶກ​ດີ​ຫຼາຍ ຈັ່ງ ​ໃດ​ກໍ​ຕາມ ຕ້ອງ​ຖ້າ​ເບິ່ງ​ວ່າ ເຮົາ​ຈະ​ໄດ້​ເຫັນ​ສະ­ມາດ​ໂຟນ​ທີ່​ແລ່ນ WP7 Mango ລຸ່ນ​ທຳ​ອິດ ວາງ​ຕະ­ຫຼາດ​ຕອນ​ໃດ ເຊິ່ງ​ປັດ­ຈຸ­ບັນ ບໍ­ລິ­ສັດ​ຜູ້​ຜະ­ລິດ​ສະ­ມາດ​ໂຟນ​ທີ່​ໃຊ້ WP7 ກໍ​ໄດ້­ແກ່ Nokia, HTC, LG, Samsung, Dell, ZTE Corporation, Acer ແລະ Fujitsu.
ຄາດ​ວ່າ​ຕອນ​ນີ້ Nokia ຄົງ​ຈະ​ຢູ່​ໃນ​ລະ­ຫວ່າງ​ການ​ອັບ​ເກຣດ Mango ໃຫ້​ກັບ Sea Ray ສະ­ມາດ​ໂຟນ​ລຸ່ນ​ທຳ​ອິດ ທີ່​ເຮັດ​ວຽກ​ດ້ວຍ​ລະ­ບົບ​ປະ­ຕິ­ບັດ​ການ Windows Phone 7 ແລະ Toshiba-Fujitsu IS12T ເຊິ່ງ​ມີ​ກຳ­ນົດ​ການ​ເປີດ​ໂຕ​ໃນ​ເດືອນ​ກັນ­ຍາ​ນີ້ ຕອນ​ນີ້​ເບິ່ງ​ຄື​ວ່າ Microsoft ຈະ​ຕ້ອງ­ການ​ໃຫ້​ສະ­ມາດ​ໂຟນ​ທີ່​ເຮັດ​ວຽກ​ດ້ວຍ​ລະ­ບົບ​ປະ­ຕິ­ບັດ​ການ​ລຸ່ນ​ ໃໝ່ ອອກ​ມາ​ກ່ອນ iPhone 5 ຈັ່ງ​ໃດ​ກໍ​ຕາມ ຫາກ​ທ່ານ​ຜູ້​ອ່ານ​ເປັນ​ເຈົ້າ​ຂອງ​ສະ­ມາດ​ໂຟນ Windows Phone 7 ທ່ານ​ສາ­ມາດ​ອັບ​ເດດ Mango ໄດ້​ເອງ ໂດຍ​ເບິ່ງ​ຕາມ​ຂັ້ນ​ຕອນ​ຈາກ​ວິ​ດີ​ໂອ​ລຸ່ມ​ນີ້



0 ຄຳຄິດເຫັນ :

Post a Comment